ຝຸ່ນຊີວະພາບ ເທຣ່າ ວີຕາ 20

ຝຸ່ນຊີວະພາບ ເທຣ່າ ວີຕາ 20 ອຸດົມໄປດ້ວຍສານອາຫານທີ່ຈຳເປັນທີ່ມີຄຸນນະພາບ ເຊິ່ງເປັນຕົວກະຕຸ້ນໃຫ້ດິນມີສະພາບດີ ແລະ ເປັນທາງເລືອກທີ່ເປັນມິດຕໍ່ສິ່ງແວດລ້ອມໃນການຜະລິດອາຫານເພື່ອສຸຂະພາບ. ຈຸດເດັ່ນຂອງການນຳໃຊ້ຝຸ່ນຊີວະພາບເທຣ່າ ວີຕາ 20 ມີດັ່ງນີ້:

✓ ຊ່ວຍປັບປຸງທາດອາຫານຂອງພືດ ແລະ ຄວາມອຸດົມສົມບູນຂອງດິນ
✓ ເພິ່ມພູນຜົນຜະລິດ ແລະ ປະສິດທິພາບ
✓ ປ້ອງກັນຄວາມແຫ້ງແລ້ງຂອງດິນ ຕໍ່ສູ້ກັບພະຍາດ ແລະ ກາຝາກ
✓ ຟື້ນຟຸສະພາບດິນ ແລະ ວັດຖະຈັກຂອງທາດອາຫານທຳມະຊາດ
✓ ຫຼຸດຜ່ອນການນຳໃຊ້ຝຸ່ນເຄມີທີ່ເປັນອັນຕະລາຍ
✓ ເປັນທາງເລືອກທີ່ມີລາຄາເໝາະສົມ ແລະ ເປັນມິດຕໍ່ສິ່ງແວດລ້ອມ

ຝຸ່ນຊີວະພາບແມ່ນຫຍັງ ແລະ ເປັນຫຍັງຊາວກະສິກອນຈຶ່ງຄວນໃຊ້?

ຕາມນິຍາມ ຝຸ່ນຊີວະພາບແມ່ນ ສານຊະນິດໜຶ່ງທີ່ປະກອບດ້ວຍຈຸລິນຊີທີ່ມີຊີວິດຂະໜາດນ້ອຍ. ເມື່ອນໍາໄປໃສ່ບໍລິເວນຮາກຂອງພືດ ມັນຈະຊືມເຂົ້າໄປໃນລະບົບການລຳລຽງອາຫານ ແລະ ນຳ້ໃນລຳຕົ້ນຂອງພືດ ແລະ ຈະໄປກະຕຸ້ນທາດອາຫານທີ່ມີຢູ່ແລ້ວໃນພືດ ໃຫ້ເພີ່ມຂື້ນ ແລະ ມີປະສິດທີພາບຫຼາຍກວ່າເກົ່າ

ຝຸ່ນທຳມະຊາດຊີວະພາບ ເທຣ່າ ວີຕາ 20 ຂອງພວກເຮົາ ແມ່ນອຸດົມໄປດ້ວຍຈຸລິນຊີທີ່ມີຄວາມເຂັ້ມຂຸ້ນສູງ ເພື່ອປັງປຸງດິນຄວາມອຸດົມສົມບູນຂອງດິນ ແລະ ເພີ່ມພູນຜົນລະປູກ

ການຟື້ນຟູສະພາບດິນ

ດິນແມ່ນພື້ນຖານຂອງລະບົບນິເວດອາຫານ ແລະ ເປັນຕົວກາງໃນການຜະລິດພືດເປັນອາຫານ.

ດິນທີ່ດີສາມາດຄຳ້ປະກັນວ່າເຮົາຈະໄດ້ຮັບອາຫານທີ່ມີຄຸນນະພາບ. ຖ້າປາສະຈາກການເບິ່ງແຍງທີ່ດີ, ດິນຈະເສື່ອມໂຊມລົງ ແລະ ຂາດທາດອາຫານ ແລະ ສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງພືດ.

ດິນທີ່ດີ ແມ່ນມີສ່ວນຊ່ວຍໃນການຫຼຸດຜ່ອນການປ່ຽນແປງດ້ານສະພາບອາກາດ ໂດຍການຮັກສາ ຫຼື ເພີ່ມປະລິມານກາກບອນ. ຝຸ່ນຊີວະພາບ ເທຣ່າ ວີຕາ 20 ປະກອບດ້ວຍຈຸລິນຊີທີ່ມີຊີວິດ ແລະ ການຄັດສັນວັດຖຸດິບທີ່ຍ່ອຍສະຫຼາຍໄດ້ ເຊິ່ງເປັນຕົວຊ່ວຍໃນການຟື້ນຟູດິນໃຫ້ກັບສູ່ສະພາບເດີມ ແລະ ຍັງໃຫ້ທາດອາຫານທີ່ສໍາຄັນແກ່ພືດອີກດ້ວຍ.

fertile soil

ການນຳໃຊ້

ຝຸ່ນຊີວະພາບ ເທຣ່າ ວີຕາ 20 ຖືກຄິດຄົ້ນມາເພື່ອພືດທຸກຊະນິດ ແລະ ສາມາດນໍາໃຊ້ໄດ້2ແບບຄື:

✓ ເພື່ອການບຳລຸງຮັກສາດິນ ແລະ ການເພີ່ມທາດອາຫານທົ່ວໄປ
✓ ເພື່ອການຟື້ນຟູດີນ ຫຼື ສຳລັບດິນທີ່ມີການປູກພືດໝຸນວຽນຫຼາຍລະດູ

ວິທີໃສ່ຝຸ່ນ

ຕ້ອງໃສ່ຝຸ່ນໃຫ້ໄກ້ກັບຮາກຂອງພືດໃຫ້ຫຼາຍທີ່ສຸດ, ສາມາດປະສົມກັບດິນປູກຝັງ ແລະ/ຫຼື ຝຸ່ນເສີມ. ຝຸ່ນຊີວະພາບ ເທຣ່າ ວີຕາ 20 ຊ່ວຍປັບປຸງຄຸນນະພາບດິນ, ເພີ່ມປະສິດທິພາບ ແລະ ຜົນຜະລິດໃນໄລຍະຍາວ.

ອົງປະກອບ ແລະ ຂະບວນການ

ພວກເຮົານຳໃຊ້ວັດຖຸດິບທີ່ຍ່ອຍສະຫຼາຍໄດ້ ເຊິ່ງເປັນຕົວຊ່ວຍໃນການສ້າງຄວາມອຸດົມສົມບູນໃຫ້ພືດ. ຝຸ່ນທຳມະຊາດຊີວະພາບ ເທຣ່າ ວີຕາ 20 ປະກອບມີ:

  • ຈຸລິນຊີທີ່ມີຊີວິດ
  • ວັດຖຸດິບຈາກທຳມະຊາດ 100% (ພືດ ແລະ ສັດ)
  • ລັກສະນະເປັນຝຸ່ນ ສີນ້ຳຕານເຂັ້ມ
  • ປະລິມານອິນຊີວັດຖຸ (OM)> 20%
  • ນ້ຳ ປະມານ30%
  • ຄວາມເປັນກົດເປັນດ່າງ pH ປະມານ 6
  • ໄນໂຕຣເຈນ, ຟອສຟໍຣັສ, ໂປຣຕັສຊຽມລວມ NPK 2-0.5-2 (ໂດຍສະເລ່ຍ)
  • ອັດຕາສ່ວນກາກບອນຕໍ່ໄນໂຕຣເຈນC/N: 16 ຫາ 22
  • ທາດມູນເຄມີຫຼັກທີ່ປະກອບມີໃນຝຸ່ນຊີວະພາບ Mn, Fe, Mg, Cu, Bo, Zn, Mo

ຝຸ່ນຊີວະພາບ ເທຣ່າ ວີຕາ 20 ນຳໃຊ້ວັດຖຸດິບທ້ອງຖິ່ນ ປະສົມປະສານເຕັກໂນໂລຊີຂອງຝຣັ່ງ ເພື່ອປ່ຽນອິນຊີທີ່ມີຢູ່ໃນສິ່ງເສດເຫຼືອໃຫ້ມີປະໂຫຍດ ແລະ ປະສິດທິພາບຫຼາຍຂື້ນ. ຂະບວນການຜະລິດຝຸ່ນຊີວະພາບຂອງພວກເຮົາແມ່ນເຮັດດ້ວຍຄວາມພິຖີພິຖັນ:

  1. ການລວບລວມວັດຖຸດິບ: ການລວບລວມວັດຖຸດິບທີ່ມີຄຸນນະພາບ
  2. ການບົດ: ການບົດວັດຖຸດິບ
  3. ການປະສົມ: ການປະສົມວັດຖຸດິບທັງໝົດເຂົ້າກັນ
  4. ການໝັກ: ລະຫວ່າງ 6 – 8 ອາທິດ
  5. ການຮອນຝຸ່ນ
  6. ການບັນຈຸພັນ
  7. ການເກັບຮັກສາ
  8. ຈັດຈຳໜ່າຍໃຫ້ລູກຄ້າ

ຍ້ອນວ່າ ເທຣ່າ ວີຕາ 20 ປະກອບດ້ວຍເຊື້ອບັກເຕຣີທີ່ມີຊີວິດ ເພາະສະນັ້ນ ພາຍຫຼັງການບັນຈຸພັນ ຂະບວນການເຮັດວຽກຂອງເຊື້ອຈຸລິນຊີຍັງຄົງສືບຕໍ່ປະຕິບັດ.