ຊ່ວຍປັບປຸງທາດອາຫານຂອງພືດ ແລະ ຄວາມອຸດົມສົມບູນຂອງດິນ

ໄກອາ ວິຕາ ຜະລິດຝຸ່ນຊີວະພາບຈາກທຳມະຊາດເພື່ອຊ່ວຍກະຕຸ້ນຜົນຜະລິດດ້ານກະສິກຳ ຄຽງຄູ່ໄປກັບການປົກປັກຮັກສາສິ່ງແວດລ້ອມ.

ພວກເຮົາເອົາໃຈໃສ່ໃນການປົກປັກຮັກສາລະບົບນິເວດໂດຍການນຳໃຊ້ວັດຖຸດິບໃນທ້ອງຖິ່ນ ປະສົມປະສານເຕັກໂນໂລຢີຂອງຝຣັ່ງ ເພື່ອຮັບປະກັນຄວາມຍືນຍົງດ້ານກະສິກໍາ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ຝຸ່ນຊີວະພາບ ເທຣ່າ ວີຕາ 20

ຝຸ່ນຊີວະພາບ ໄກອາ ວີຕາ ເລີ່ມການຜະລິດ ຈາກສິ່ງເສດເຫຼືອຈາກການແປຮູບອາຫານໃນທ້ອງຖິ່ນ (ຈາກທັງພືດ ແລະ ສັດ) ທີ່ຖືກວິໄຈ ແລະ ຄັດເລືອກຢ່າງເໝາະສົມ. ໂດຍມີ BIO POST-COFUNA ເປັນຜູ້ສະໜອງຫົວເຊື້ອຊີວະພາບເຂົ້າໃນຂະບວນການຜະລິດຢູ່ໂຮງງານໃນລາວເຮົາ, ເຊິ່ງຫົວເຊື້ອດັ່ງກ່າວເປັນຕົວຫຼັກໃນການປ່ຽນອິນຊີທີ່ມີຢູ່ໃນສິ່ງເສດເຫຼືອໃຫ້ເກີດມີປະໂຫຍດ ແລະ ປະສິດທິພາບຫຼາຍຂື້ນ

ໄກອາ ວີຕາ ໄດ້ຮັບການຢັ້ງຢືນຈາກ ກະຊວງອຸດສະຫະກຳ ແລະ ການຄ້າ, ກົມອຸດສະຫະກຳ ແລະ ຫັດຖະກຳ ດ້ານມາດຕະຖານຜະລິດຕະພັນຝຸ່ນອົງຄະທາດຊີວະພາບ.

ຈຸດເດັ່ນ

✓ ຊ່ວຍປັບປຸງທາດອາຫານຂອງພືດ ແລະ ຄວາມອຸດົມສົມບູນຂອງດິນ
✓ ເພີ່ມພູນຜົນຜະລິດ ແລະ ປະສິດທິພາບ
✓ ປ້ອງກັນຄວາມແຫ້ງແລ້ງຂອງດິນ ຕໍ່ສູ້ກັບພະຍາດ ແລະ ກາຝາກ
✓ ຟື້ນຟູສະພາບດິນ ແລະ ວັດຖະຈັກຂອງທາດອາຫານທຳມະຊາດ
✓ ຫຼຸດຜ່ອນການນຳໃຊ້ຝຸ່ນເຄມີທີ່ເປັນອັນຕະລາຍ
✓ ເປັນທາງເລືອກທີ່ມີລາຄາເໝາະສົມ ແລະ ເປັນມິດຕໍ່ສິ່ງແວດລ້ອມ

ວິໄສທັດຂອງພວກເຮົາ

ໄກອາ ວີຕາ ຖືກສ້າງຕັ້ງຂື້ນເທິງພື້ນຖານຄວາມເຊື່ອທີ່ວ່າ ພວກເຮົາຕ້ອງຖະໜອມ ແລະ ຮັກສາ ສິ່ງທີ່ທໍາມະຊາດສ້າງມາໃຫ້ຄົງເຫຼືອເພື່ອຄົນລຸ້ນຫຼັງ.

ນັບແຕ່ປີ 2019 ພວກເຮົາໄດ້ສະໜອງຝຸ່ນຊີວະພາບທຳມະຊາດ ເຊິ່ງໄດ້ເພີ່ມຜົນຜະລິດ ຄຽງຄູ່ກັບການປັບປຸງດິນ, ຫຼຸດຜ່ອນການປ່ຽນແປງດ້ານສະພາບອາກາດ ແລະ ປົກປັກຮັກສາທຳມະຊາດ.

ຝຸ່ນຊີວະພາບທຳມະຊາດ ເທຣ່າ ວີຕາ 20 ຕອບສະໜອງຕໍ່ຄວາມຕ້ອງການຂອງຊາວກະສິກອນ ດ້ວຍຝຸ່ນທໍາມະຊາດ ທີ່ປອດໄພ, ລາຄາສົມເຫດສົມຜົນ ແລະ ເປັນມິດຕໍ່ສິ່ງແວດລ້ອມ