ແຮງບັນດານໃຈຂອງພວກເຮົາ

ຊື່ ໄກອາ ວີຕາ ແມ່ນໄດ້ຮັບແຮງບັນດານໃຈຈາກ ແໜ ຫຼື Azolla ເຊິ່ງນິຍົມໃຊ້ໃນການເຮັດນາ ແລະ ຖືກນໍາໃຊ້ເປັນເວລາຫຼາຍພັນປີໃນເຂດອາຊີ. “ແໜ” Azolla ແມ່ນຕົວຊ່ວຍໃນການປັບໄນໂຕຣເຈນ ແລະ ປ່ອຍລົງສູ່ນໍ້າເພື່ອຊ່ວຍໃນການຈະເລີນເຕີບໂຕຂອງຕົ້ນເຂົ້າ ແລະ ສະກັດກັ້ນການຈະເລີນເຕີບໂຕຂອງຕົ້ນຫຍ້າ. ພືດຊະນິດນີ້ແມ່ນເອີ້ນໄດ້ວ່າເປັນຝຸ່ນມະຫັດສະຈັນຈາກທຳມະຊາດ ແລະ ຍ້ອນຄຸນສົມບັດທີ່ພົ້ນເດັ່ນຂອງພືດຊະນິດນີ້ເຮັດໃຫ້ພວກເຮົານຳເອົາຮູບຂອງພືດຊະນິດດັ່ງກ່າວມາປະຍຸກເປັນສັນຍາລັກຂອງບໍລິສັດ. “ແໜ” Azolla ກໍຄ້າຍຄື ຝຸ່ນຊີວະພາບທຳມະຊາດ ເທຣ່າ ວີຕາ 20 ຂອງພວກເຮົາ ທີ່ເພີ່ມສານອາຫານໃຫ້ແກ່ພືດ ແລະ ເຮັດໜ້າທີ່ເປັນປັບປຸງຄຸນນະພາບດິນທີ່ເປັນມິດຕໍ່ສິ່ງແວດລ້ອມ.

ໜ້າທີ່ຂອງພວກເຮົາ

ຈຸດມຸ້ງໝາຍຂອງເຮົາເພື່ອ:

✓ ຄໍ້າປະກັນດ້ານສະບຽງອາຫານ
✓ ຫຼຸດຜ່ອນການນຳໃຊ້ເຄມີທີ່ເປັນອັນຕະລາຍໃນວຽກງານກະສິກຳ
✓ ຊ່ວຍເລັ່ງການເຕີບໃຫຍ່ຂອງພືດ ແລະ ເພີ້ມຜົນຜະລິດ
✓ ປົກປ້ອງສິ່ງແວດລ້ອມ ແລະ ຫຼຸດຜ່ອນມົນລະພິດ
✓ ຫຼຸດຜ່ອນການປ່ຽນແປງທາງດ້ານສະພາບອາກາດ

ຝຸ່ນຊີວະພາບ ເທຣ່າ ວີຕາ ຕອບສະໜອງຕໍ່ຄວາມຕ້ອງການຂອງຊາວກະສິກອນ ດ້ວຍຝຸ່ນທຳມະຊາດ ທີ່ປອດໄພ, ລາຄາສົມເຫດສົມຜົນ ແລະ ເປັນມິດຕໍ່ສິ່ງແວດລ້ອມ

ຄູ່ຮ່ວມທຸລະກິດຂອງພວກເຮົາ

ເປັນຜູ້ນຳໃນລະດັບແຖວໜ້າຂອງໂລກ ດ້ານການຜະລິດຝຸ່ນຊີວະພາບ ດ້ວຍປະສົບການຫຼາຍກວ່າ 60 ປີ ດ້ານເຕັກໂນໂລຊີຊີວະພາບ ເພື່ອອຸດສະຫະກຳກະສິກຳ ແລະ ຖືກຮັບຮູ້ ໃນ 5 ທະວີບ ດ້ານການວິໄຈຊີວະວິທະຍາຂະໜາດນ້ອຍ ແລະ ຊີວະວິທະຍາໃນດິນ. ດັ່ງນັ້ນຈຶ່ງເຮັດໃຫ້ BIOPOST-COFUNA ເປັນຄູ່ຄ້າທີ່ໜ້າເຊື່ອຖື ໃນການສະໜອງຄວາມຊ່ຽວຊານດ້ານເຕັກນິກ ແລະ ການຜະລິດຝຸ່ນຊີວະພາບ.